Preaload Image

           ສະຖາບັນສື່ມວນຊົນ, ວັດທະນະທໍາ ແລະ ທ່ອງທ່ຽວ ເປັນຫົວໜ່ວຍວິຊາການທຽບເທົ່າຂັ້ນກົມ ໃນໂຄງປະກອບກົງຈັກການຈັດຕັ້ງຂອງກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ມີຊື່ຂຽນເປັນຕົວອັກສອນຫຍໍ້ວ່າ “ສສວທ” ແລະ ຂຽນເປັນພາສາອັງກິດວ່າ: Institute of Mass media, Culture and Tourism ຂຽນເປັນຕົວອັກສອນຫຍໍ້ວ່າ: “IMCT” ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໃນການຄົ້ນຄວ້າວິທະຍາສາດໃນຂົງເຂດສື່ມວນຊົນ, ວັດທະນະທໍາ ແລະ ທ່ອງທ່ຽວ, ຈັດຕັ້ງຝຶກອົບຮົມ, ກໍ່ສ້າງພະນັກງານ ແລະ ນັກວິຊາການດ້ານສື່ມວນຊົນ, ວັດທະນະທໍາ ແລະ ທ່ອງທ່ຽວ ໄລຍະສັ້ນ ແລະ ໄລຍະກາງໃຫ້ແກ່ຂະແໜງການ ເພື່ອຮັບໃຊ້ໜ້າທີ່ການເມືອງໃນແຕ່ລະໄລຍະ. ສສວທ ເຄື່ອນໄຫວພາຍໃຕ້ຂໍ້ຕົກລົງຂອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ສະບັບເລກທີ 105/ຖວທ, ລົງວັນທີ 18 ກຸມພາ 2019 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະຖາບັນສື່ມວນຊົນ, ວັດທະນະທໍາ ແລະ ທ່ອງທ່ຽວ. ປະກອບມີ 5 ພະແນກ ຄື: ພະແນກບໍລິຫານ ແລະ ຄຸ້ມຄອງສໍາມະນາກອນ, ພະແນກວິຊາການ ແລະ ແຜນການ, ພະແນກສື່ມວນຊົນ, ພະແນກຄົ້ນຄວ້າ ແລະ ສົ່ງເສີມວັດທະນະທໍາ ແລະ ພະແນກຝຶກອົບຮົມວິຊາການທ່ອງທ່ຽວ. ພະແນກຝຶກອົບຮົມວິຊາການທ່ອງທ່ຽວ ມີໜ້າທີ່ໃນການຄົ້ນຄວ້າວິທີການບໍາລຸງສ້າງພະນັກງານວິຊາການດ້ານການທ່ອງທ່ຽວ, ຄົ້ນຄວ້າພັດທະນາຫຼັກສູດ, ປື້ມແບບຮຽນ, ປື້ມຄູ່ມືຄູ ແລະ ອຸປະກອນຮັບໃຊ້ການຮຽນ-ການສອນ, ສ້າງ ແລະ ຍົກລະດັບຄູຝຶກໃນຂະແໜງການທ່ອງທ່ຽວໃຫ້ມີຄຸນນະພາບ, ຈັດຕັ້ງການຝຶກອົບຮົມໄລຍະສັ້ນ ທາງດ້ານວິຊາການທ່ອງທ່ຽວ ໃຫ້ແກ່ພາກລັດ ແລະ ພາກທຸລະກິດໃນຂະແໜງການທ່ອງທ່ຽວ, ສົມທົບກັບພາກ ສ່ວນກ່ຽວຂ້ອງຈັດຕັ້ງຜັນຂະຫຍາຍສັນຍາຮັບຮູ້ຊຶ່ງກັນ ແລະ ກັນກ່ຽວກັບວິຊາຊີບທ່ອງທ່ຽວອາຊຽນ, ພົວພັນຮ່ວມມືກັບອົງການຈັດຕັ້ງສາກົນຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອຊອກຫາແຫຼ່ງທຶນເຂົ້າໃນການພັດທະນາບຸກຄະລາກອນໃນຂະແໜງການທ່ອງທ່ຽວ. ນອກນີ້, ພະແນກຝຶກອົບຮົມວິຊາການທ່ອງທ່ຽວ ຍັງປະຕິບັດໜ້າທີ່ອື່ນ ຕາມການມອບໝາຍຂອງຫົວໜ້າສະຖາບັນສື່ມວນຊົນ, ວັດທະນະທໍາ ແລະ ທ່ອງທ່ຽວ.  

Skip to toolbar