Preaload Image

ຂໍ້ແນະນຳກ່ຽວກັບເອກະສານສະໝັກ

ສຳລັບຊຸດຝຶກອົບຮົມພະນັກງານນຳທ່ຽວລະດັບຊາດ

ເພື່ອເຮັດໃຫ້ຊຸດຝຶກອົບຮົມພະນັກງານນຳທ່ຽວລະດັບຊາດ ໄດ້ຮັບການຈັດຕັ້ງຢ່າງມີປະສິດທິພາບ ແລະ ມີການເກັບກຳຂໍ້ມູນຢ່າງເປັນລະບົບ. ສະນັ້ນ, ສະຖາບັນສື່ມວນຊົນ, ວັດທະນະທຳ ແລະ ທ່ອງທ່ຽວ ຈຶ່ງໄດ້ສ້າງເອກະສານສະໝັກສຳລັບຊຸດຝຶກອົບຮົມພະນັກງານນຳທ່ຽວລະດັບຊາດ, ເຊິ່ງປະກອບມີລາຍລະອຽດດັ່ງນີ້:

      • ໃບຄຳຮ້ອງ                                                                 01 ສະບັບ
      • ໃບແຈ້ງໂທດ                                                              01 ສະບັບ
      • ສຳເນົາໃບປະກາດຈົບຊັ້ນສູງ ຫຼື ທຽບເທົ່າໃນວິຊາທີ່ກ່ຽວຂ້ອງ         01 ສະບັບ
      • ສຳເນົາໃບຢັ້ງຢືນການຮຽນພາສາຕ່າງປະເທດ                           01 ສະບັບ
      • ໃບຢັ້ງຢືນສັນຍາແຮງງານຈາກບໍລິສັດສັງກັດ                            01 ສະບັບ
      • ໃບສັນຍາການຝຶກອົບຮົມ                                                01 ສະບັບ
      • ຊີວະປະຫວັດຫຍໍ້                                                          01 ສະບັບ
      • ສຳເນົາບັດປະຈຳຕົວ                                                       01 ສະບັບ
      • ຮູບ 3 x 4 (ສຳລັບຕິດຄັດ)                                              03 ໃບ
      • ຮູບ 2 x5                                                                  01 ໃບ
  1. ໃບຄຳຮ້ອງ
  • ຂໍ້ມູນທີ່ລະບຸໃສ່ໃນໃບຄຳຮ້ອງ ຈະຕ້ອງເປັນຂໍ້ມູນທີ່ຖືກຕ້ອງຕາມຄວາມເປັນຈິງ
  • ການຂຽນຂໍ້ມູນໃສ່ໃນໃບຄຳຮ້ອງ ຄວນຂຽນລະອຽດ, ບໍ່ເປື້ອນ, ແລະ ສາມາດອ່ານອອກໄດ້
  • ຮູບທີ່ຕິດໃສ່ໃນໃບຄຳຮ້ອງ ຕ້ອງເປັນຮູບຂະໜາດ 3×4, ພ້ອມທັງມີການຈໍ້າກາຢັ້ງຢືນຈາກບໍລິສັດທີ່ຕົນສັງກັດຢູ່ (ລາຍລະອຽດເບິ່ງຮູບທີ່ 1)
  • ສຳລັບເບີໂທຕິດຕໍ່ ຈະຕ້ອງແມ່ນເບີໂທຫຼັກຂອງຜູ້ສະໝັກທີ່ໃຊ້ເປັນປະຈຳ
  • ສຳລັບຄວາມສາມາດທາງດ້ານພາສາຕ່າງປະເທດ ແມ່ນຕ້ອງລະບຸພາສາທີ່ຖະໜັດທີ່ສຸດເປັນອັນດັບທີ່1, ແລະ ພາສາທີ່ຮອງລົງມາເປັນອັນດັບທີ່ 2 ຕາມລຳດັບ
  • ລາຍເຊັນຜູ້ຮ້ອງຂໍແມ່ນລາຍເຊັນສະເພາະຜູ້ທີ່ຕ້ອງການສະໝັກເຂົ້າຝຶກອົບຮົມເທົ່ານັ້ນ (ລາຍລະອຽດເບິ່ງຮູບທີ່ 1)
  1. ໃບແຈ້ງໂທດ
  • ໃບແຈ້ງໂທດຈະຕ້ອງມີອາຍຸບໍ່ເກີນ 3 ເດືອນ
  • ໃນການປະກອບເອກະສານ, ຈະຕ້ອງເອົາໃບແຈ້ງໂທດສະບັບແທ້ເທົ່ານັ້ນ
  1. ໃບຢັ້ງຢືນສັນຍາແຮງງານ
  • ຈະຕ້ອງເປັນໃບຢັ້ງຢືນສັນຍາແຮງງານທີ່ໄດ້ຮັບການຢັ້ງຢືນຈາກບໍລິສັດທີ່ຕົນສັງກັດເທົ່ານັ້ນ
  • ຂໍ້ມູນທີ່ລະບຸໃສ່ໃນໃບຢັ້ງຢືນສັນຍາແຮງງານ ຈະຕ້ອງເປັນຂໍ້ມູນທີ່ຖືກຕ້ອງຕາມຄວາມເປັນຈິງໃນໃບສັນຍາແຮງງານຂອງທັງສອງຝ່າຍຄື ຝ່າຍນາຍຈ້າງ ແລະ ຝ່າຍລູກຈ້າງ.
  • ໃບຢັ້ງຢືນສັນຍາແຮງງານຕ້ອງໄດ້ຮັບການເຊັນຢັ້ງຢືນຈາກພາກສ່ວນທີ່ກ່ຽວຂ້ອງ ຫຼື ບໍລິສັດທີ່ຕົນສັງກັດຢູ່ ພ້ອມທັງຈໍ້າກາປະທັບຂອງບໍລິສັດ (ລາຍລະອຽດເບິ່ງຕາມຮູບທີ່ 2)
  • ລາຍເຊັນຜູ້ເຂົ້າຝຶກອົບຮົມແມ່ນລາຍເຊັນສະເພາະຜູ້ທີ່ຕ້ອງການສະໝັກເຂົ້າຝຶກອົບຮົມເທົ່ານັ້ນ (ລາຍລະອຽດເບິ່ງຕາມຮູບທີ່ 2)
  1. ໃບສັນຍາການຝຶກອົບຮົມ
  • ໃບສັນຍາການຝຶກອົບຮົມຈະຕ້ອງໄດ້ຮັບການເຊັນຢັ້ງຢືນຈາກພາກສ່ວນທີ່ກ່ຽວຂ້ອງ ຫຼື ບໍລິສັດທີ່ຕົນສັງກັດຢູ່ (ລາຍລະອຽດເບິ່ງຕາມຮູບທີ່ 3)
  • ລາຍເຊັນຜູ້ເຂົ້າຝຶກອົບຮົມແມ່ນລາຍເຊັນສະເພາະຜູ້ທີ່ຕ້ອງການສະໝັກເຂົ້າຝຶກອົບຮົມເທົ່ານັ້ນ (ລາຍລະອຽດເບິ່ງຕາມຮູບທີ່ 3)
  • ກ່ອນທີ່ຈະມີການລົງລາຍເຊັນ, ຜູ້ສະໝັກ ແລະ ພາກສ່ວນທີ່ກ່ຽວຂ້ອງ (ບໍລິສັດສັງກັດ) ຈະຕ້ອງອ່ານ ແລະ ທຳຄວາມເຂົ້າໃຈກ່ຽວກັບເງື່ອນໄຂທີ່ໄດ້ລະບຸໄວ້ໃນໃບສັນຍາການຝຶກອົບຮົມຢ່າງລະອຽດ ພ້ອມທັງປະຕິບັດຕາມຂໍ້ກໍານົດກົດລະບຽບຕ່າງໆຢ່າງເຂັ້ມງວດໃນລະຫວ່າງການຝຶກອົບຮົມ.
  1. ຊີວະປະຫວັດຫຍໍ້
  • ຂໍ້ມູນທີ່ລະບຸໃສ່ໃນຊີວະປະຫວັດຫຍໍ້ ຈະຕ້ອງເປັນຂໍ້ມູນທີ່ຖືກຕ້ອງຕາມຄວາມເປັນຈິງ
  • ການຂຽນຂໍ້ມູນໃສ່ໃນຊີວະປະຫວັດຫຍໍ້ ຄວນຂຽນລະອຽດ, ບໍ່ເປື້ອນ, ແລະ ສາມາດອ່ານອອກໄດ້
  • ຮູບທີ່ຕິດໃສ່ໃນຊີວະປະຫວັດຫຍໍ້ ຕ້ອງເປັນຮູບຂະໜາດ 3×4, ພ້ອມທັງມີການຈໍ້າກາຢັ້ງຢືນຈາກນາຍບ້ານຂອງບ້ານທີ່ຕົນອາໄສຢູ່ (ລາຍລະອຽດເບິ່ງຕາມຮູບທີ່ 4)
  • ຊີວະປະຫວັດຫຍໍ້ຈະຕ້ອງໄດ້ຮັບການເຊັນຢັ້ງຢືນຈາກນາຍບ້ານຂອງບ້ານທີ່ຕົນອາໄສຢູ່ (ລາຍລະອຽດເບິ່ງຮູບທີ່ 4)
  • ລາຍເຊັນຜູ້ກ່ຽວແມ່ນລາຍເຊັນສະເພາະຜູ້ທີ່ຕ້ອງການສະໝັກເຂົ້າຝຶກອົບຮົມເທົ່ານັ້ນ (ລາຍລະອຽດເບິ່ງຮູບທີ່ 4)

ໝາຍເຫດ: 
1. ສຳລັບບຸກຄົນໃດທີ່ດາວໂຫລດແບບຟອມໃບສະໝັກ ແມ່ນຕ້ອງດາວໂຫລດ ແລະ ພິມສີ (ມີກາແດງ) ເທົ່ານັ້ນ ຈຶ່ງຈະສາມາດນຳໃຊ້ເຂົ້າໃນການປະກອບເອກະສານໄດ້.
2. ສຳລັບແບບຟອມໃດທີ່ພິມຂາວ-ດຳ ແມ່ນບໍ່ສາມາດນຳໃຊ້ເຂົ້າໃນການປະກອບເອກະສານໄດ້ ແລະ ຖືວ່າເອກະສານນັ້ນໂມຄະ
3. ແບບຟອມໃບສະໝັກຕ່າງໆທີ່ມີໃນເວັບໄຊ້ນີ້ ແມ່ນໃຊ້ສະເພາະການປະກອບເອກະສານສຳລັບການຝຶກອົບຮົມທີ່ຢູ່ພາຍໃຕ້ຄວາມຮັບຜິດຊອບຂອງສະຖາບັນສື່ມວນຊົນ, ວັດທະນະທຳ ແລະ ທ່ອງທ່ຽວເທົ່ານັ້ນ.

Skip to toolbar