Preaload Image

ຂໍ້ແນະນຳກ່ຽວກັບເອກະສານສະໝັກ

ສຳລັບຊຸດສໍາມະນາຍົກລະດັບພະນັກງານນຳທ່ຽວລະດັບຊາດຕໍ່ບັດໃໝ່

ເພື່ອເຮັດໃຫ້ຊຸດສຳມະນາຍົກລະດັບພະນັກງານນຳທ່ຽວລະດັບຊາດ ໄດ້ຮັບການຈັດຕັ້ງຢ່າງມີປະສິດທິພາບ ແລະ ມີການເກັບກຳຂໍ້ມູນຢ່າງເປັນລະບົບ. ສະນັ້ນ, ສະຖາບັນສື່ມວນຊົນ, ວັດທະນະທຳ ແລະ ທ່ອງທ່ຽວ ຈຶ່ງໄດ້ສ້າງເອກະສານສະໝັກສຳລັບຊຸດສຳມະນາຍົກລະດັບພະນັກງານນຳທ່ຽວລະດັບຊາດ, ເຊິ່ງປະກອບມີລາຍລະອຽດດັ່ງນີ້:

  • ໃບຄຳຮ້ອງ                                                           01 ສະບັບ
  • ໃບແຈ້ງໂທດ (ບໍ່ກາຍ 3 ເດືອນ)                                  01 ສະບັບ
  • ໃບຢັ້ງຢືນສັນຍາແຮງງານຈາກບໍລິສັດສັງກັດ                    01 ສະບັບ
  • ບັດພະນັກງານນໍາທ່ຽວລະດັບຊາດ                                01 ສະບັບ
  • ສຳເນົາໃບຢັ້ງຢືນຝຶກອົບຮົມພະນັກງານນຳທ່ຽວລະດັບຊາດ    01 ສະບັບ
  • ຮູບ 3 x 4 (ສຳລັບຕິດຄັດ)                                        01 ໃບ
  • ຮູບ 2 x 2.5                                                        01 ໃບ

 

  1. ໃບຄຳຮ້ອງ
  • ຂໍ້ມູນທີ່ລະບຸໃສ່ໃນໃບຄຳຮ້ອງ ຈະຕ້ອງເປັນຂໍ້ມູນທີ່ຖືກຕ້ອງຕາມຄວາມເປັນຈິງ
  • ການຂຽນຂໍ້ມູນໃສ່ໃນໃບຄຳຮ້ອງ ຄວນຂຽນລະອຽດ, ບໍ່ເປື້ອນ, ແລະ ສາມາດອ່ານອອກໄດ້
  • ຮູບທີ່ຕິດໃສ່ໃນໃບຄຳຮ້ອງ ຕ້ອງເປັນຮູບຂະໜາດ 3×4, ພ້ອມທັງມີການຈໍ້າກາຢັ້ງຢືນຈາກບໍລິສັດທີ່ຕົນສັງກັດຢູ່ (ລາຍລະອຽດເບິ່ງຕາມຮູບທີ່ 1)
  • ສຳລັບເບີໂທຕິດຕໍ່ ຈະຕ້ອງແມ່ນເບີໂທຫຼັກຂອງຜູ້ສະໝັກທີ່ໃຊ້ເປັນປະຈຳ
  • ເລກລະຫັດບັດພະນັກງານນຳທ່ຽວ, ວັນໝົດອາຍຸ ຕ້ອງລະບຸໃຫ້ຖືກຕ້ອງ
  • ລາຍເຊັນຜູ້ຮ້ອງຂໍແມ່ນລາຍເຊັນສະເພາະຜູ້ທີ່ຕ້ອງການສະໝັກເຂົ້າຝຶກອົບຮົມເທົ່ານັ້ນ (ລາຍລະອຽດເບິ່ງຕາມຮູບທີ່ 1)

 

  1. ໃບແຈ້ງໂທດ
  • ໃບແຈ້ງໂທດຈະຕ້ອງມີອາຍຸບໍ່ເກີນ 3 ເດືອນ
  • ໃນການປະກອບເອກະສານ, ຈະຕ້ອງເອົາໃບແຈ້ງໂທດສະບັບແທ້ເທົ່ານັ້ນ

 

  1. ໃບຢັ້ງຢືນສັນຍາແຮງງານ
  • ຈະຕ້ອງເປັນໃບຢັ້ງຢືນສັນຍາແຮງງານທີ່ໄດ້ຮັບການຢັ້ງຢືນຈາກບໍລິສັດທີ່ຕົນສັງກັດເທົ່ານັ້ນ
  • ຂໍ້ມູນທີ່ລະບຸໃສ່ໃນໃບຢັ້ງຢືນສັນຍາແຮງງານ ຈະຕ້ອງເປັນຂໍ້ມູນທີ່ຖືກຕ້ອງຕາມຄວາມເປັນຈິງໃນໃບສັນຍາແຮງງານຂອງທັງສອງຝ່າຍຄື ຝ່າຍນາຍຈ້າງ ແລະ ຝ່າຍລູກຈ້າງ.
  • ໃບຢັ້ງຢືນສັນຍາແຮງງານຕ້ອງໄດ້ຮັບການເຊັນຢັ້ງຢືນຈາກພາກສ່ວນທີ່ກ່ຽວຂ້ອງ ຫຼື ບໍລິສັດທີ່ຕົນສັງກັດຢູ່ ພ້ອມທັງຈໍ້າກາປະທັບຂອງບໍລິສັດ (ລາຍລະອຽດເບິ່ງຕາມຮູບທີ່ 2)
  • ລາຍເຊັນຜູ້ເຂົ້າຝຶກອົບຮົມແມ່ນລາຍເຊັນສະເພາະຜູ້ທີ່ຕ້ອງການສະໝັກເຂົ້າຝຶກອົບຮົມເທົ່ານັ້ນ (ລາຍລະອຽດເບິ່ງຕາມຮູບທີ່ 2)

ໝາຍເຫດ:
1. ສຳລັບບຸກຄົນໃດທີ່ດາວໂຫລດແບບຟອມໃບສະໝັກ ແມ່ນຕ້ອງດາວໂຫລດ ແລະ ພິມສີ (ມີກາແດງ) ເທົ່ານັ້ນ ຈຶ່ງຈະສາມາດນຳໃຊ້ເຂົ້າໃນການປະກອບເອກະສານໄດ້.
2. ສຳລັບແບບຟອມໃດທີ່ພິມຂາວ-ດຳ ແມ່ນບໍ່ສາມາດນຳໃຊ້ເຂົ້າໃນການປະກອບເອກະສານໄດ້ ແລະ ຖືວ່າເອກະສານນັ້ນໂມຄະ
3. ແບບຟອມໃບສະໝັກຕ່າງໆທີ່ມີໃນເວັບໄຊ້ນີ້ ແມ່ນໃຊ້ສະເພາະການປະກອບເອກະສານສຳລັບການຝຶກອົບຮົມທີ່ຢູ່ພາຍໃຕ້ຄວາມຮັບຜິດຊອບຂອງສະຖາບັນສື່ມວນຊົນ, ວັດທະນະທຳ ແລະ ທ່ອງທ່ຽວເທົ່ານັ້ນ.

Skip to toolbar